ສະໄໝທ້າຍລາຊະວົງຮັ້ນ, ທົ່ວປະເທດມີຄວາມປັ່ນປ່ວນຫຼາຍ, ເລົາປີ ຜູ້ເປັນລູກຫຼານລາຊະວົງຮັ້ນໄດ້ຍິນວ່າຂົງເບັ້ງເປັນຜູ້ມີປັນຍາສູງ, ທັງມີຄວາມຮູ້ຄວາມສາມາດຫຼາຍ, ເລີຍໄດ້ນຳພາກວນອູແລະກຽວຫຸຍໄປພູເຂົາວໍ້ລົງ ເພື່ອເຊີນຂົງເບັ້ງອອກມາຊ່ວຍເພິ່ນ. ແຕ່ຂົງເບັ້ງບໍ່ຢູ່, ເລົາປີຈຶ່ງໄດ້ກັບເມືອຢ່າງເສຍໃຈ. ຜ່ານໄປຫຼາຍມື້, ເລົາປີກັບກວນອູແລະກຽວຫຸຍກໍ່ພາກັນແຂ່ງພາຍຸຫິມະໄປຫາອີກ, ແຕ່ກໍ່ຜິດຫວັງເໝືອນເດີມ ເພາະຂົງເບັ້ງໄດ້ອອກໄປທ່ຽວກ່ອນແລ້ວ. ຄວາມຈິງ, ກຽວຫຸຍກໍ່ບໍ່ຢາກມາ, ເຫັນສະພາບແນວນີ້, ກໍ່ເລີຍຈົ່ມວ່າຢາກຈະກັບ. ເລົາປີຈຶ່ງໄດ້ຝາກຈົດໝາຍສະບັບໜຶ່ງໄວ້, ເພື່ອເປັນການສະແດງຄວາມເຄົາລົບນັບຖືຕໍ່ຂົງເບັ້ງແລະຈຸດປະສົງທີ່ຢາກເຊີນເພິ່ນອອກມາຊ່ວຍຕົນເອງເພື່ອກອບກູ້ປະເທດອອກຈາກສະພາບຄວາມປັ່ນປ່ວນ.
ອີກຫຼາຍມື້ຕໍ່ນັ້ນມາ, ເມື່ອເລົາປີກິນເຈສາມມື້ແລ້ວ, ກໍ່ກຽມຈະໄປຢາມຂົງເບັງອີກ. ແຕ່ກວນອູເວົ້າວ່າ, ຂົງເບັງອາດຈະມີແຕ່ຊື່ສຽງເລົ່າລືຊື່ໆເທົ່ານັ້ນ, ຫາກບໍ່ມີຄວາມຮູ້ຄວາມສາມາດທີ່ແທ້ຈິງ. ສະນັ້ນກໍ່ບໍ່ຄວນໄປອີກ. ສ່ວນກຽວຫຸຍພັດວ່າໃຫ້ລາວໄປພຽງຜູ້ດຽວກໍ່ພໍແລ້ວ, ແລະຖ້າຂົງເບັ້ງບໍ່ມານຳ, ກໍ່ໃຊ້ເຊືອກມັດຄຸມໃຫ້ມາ. ເມື່ອເລົາປີຟັງແນວນັ້ນກໍ່ບໍ່ພໍໃຈ, ຈຶ່ງຕຳນິກວນອູແລະກຽວຫຸຍວ່າບໍ່ຄວນຄິດແນວນັ້ນ, ແລ້ວສັ່ງໃຫ້ເຂົາເຈົ້າທັງສອງຄົນຕ້ອງໄປກັບຕົນເອງ ເພື່ອເຊີນຂົງເບັງຄັ້ງທີ 3.